lo_phm_text_ulb_l3/01/10.txt

1 line
1.1 KiB
Plaintext

\v 10 ດັ່ງນັ້ນເຮົາຈຶ່ງຂໍຮ້ອງເຈົ້າເພື່ອໂອເນຊີໂມ, ຜູ້ທີ່ເປັນລູກຂອງເຮົາໃນພຣະຄຣິດ, ຊຶ່ງເຮົາກໍໄດ້ກາຍເປັນພໍ່ຂອງລາວໃນຝ່າຍຄວາມເຊື່ອ. \v 11 ເມື່ອກ່ອນລາວບໍ່ເປັນປະໂຫຍດແກ່ເຈົ້າ, ແຕ່ບັດນີ້ລາວເປັນປະໂຫຍດແກ່ທັງເຈົ້າ ແລະ ເຮົາເຫມືອນກັນ. \v 12 ເຮົາໄດ້ໃຊ້ລາວຄືນມາຫາເຈົ້າ, ລາວຜູ້ນີ້ເປັນຫມາກຫົວໃຈຂອງເຮົາ. \v 13 ເຮົາ ຢາກໃຫ້ລາວຢູ່ກັບເຮົາ, ເພື່ອວ່າລາວຈະໄດ້ບົວລະບັດຮັບໃຊ້ເຮົາແທນເຈົ້າ, ໃນຂະນະທີ່ ເຮົາ ຖືກກັງຂັງຢູ່ເພື່ອເຫັນແກ່ຂ່າວປະເສີດນັ້ນ.