lo_phm_text_ulb_l3/01/04.txt

1 line
1.5 KiB
Plaintext

\v 4 ຂ້າພະເຈົ້າໂມທະນາ ຂອບພຣະຄຸນພຣະເຈົ້າຂອງເຮົາຢູ່ສະເຫມີ. ຂ້າພຣະເຈົ້າກໍຣະນຶກເຖິງເຈົ້າ ໃນທຸກເທື່ອທີ່ເຮົາພາວັນນາອະທິຖານ. \v 5 ເຮົາໄດ້ຍິນຂ່າວເລື່ອງຄວາມຮັກ ແລະ ຄວາມເຊື່ອຂອງເຈົ້າ ທີ່ເຈົ້າມີຕໍ່ອົງພຣະເຢຊູເຈົ້າ ແລະ ຕໍ່ບັນດາຜູ້ທີ່ເຊື່ອທັງປວງ. \v 6 ເຮົາໄດ້ພາວັນນາອະທິຖານ ຂໍໃຫ້ການເຂົ້າສ່ວນໃນຄວາມເຊື່ອຂອງເຈົ້ານັ້ນ ຈົ່ງໄດ້ເກີດຜົນຄືເພີ່ມພູນ ໃນຄວາມຮູ້ໃນການດີທຸກຢ່າງ ທີ່ພວກເຮົາມີໃນອົງພຣະຄຣິດເຈົ້າ. \v 7 ສຳລັບເຮົາມີຄວາມຍິນດີຫລາຍ ແລະ ໄດ້ຮັບຄວາມຫນູນໃຈ ເພາະຄວາມຮັກຂອງເຈົ້າ, ເພາະຫົວໃຈຂອງຜູ້ທີ່ເຊື່ອໃນພຣະເຈົ້າ ກໍໄດ້ຮັບ ຄວາມສົດຊື່ນຂຶ້ນເພາະເຈົ້າ, ນ້ອງເອີຍ.