lo_oba_text_ulb_l3/01/17.txt

1 line
993 B
Plaintext

\v 17 ແຕ່ໃນພູເຂົາຊີໂອນຈະມີບັນ​ດາຄົນທີ່ລອດຊີວິດມາ ແລະ ທີ່​ນັ້ນຈະມີຄວາມບໍຣິສຸດ; ແລະ ເຊື້ອສາຍຂອງຢາໂຄບຈະປົກ​ຄອງ​ຊັບ​ສິນຂອງພວກເຂົາ. \v 18 ເຊື້ອສາຍຂອງຢາໂຄບຈະເປັນໄຟ, ແລະ ເຊື້ອສາຍຂອງໂຢເຊັບຈະເປັນແປວໄຟ, ແລະ ເຊື້ອສາຍຂອງເອຊາວຈະເປັນເຟືອງເຂົ້າ, ໄຟ ແລະ ແປວໄຟຈະ​ເຜົາ​ຜານ ແລະກືນເຟືອງເຂົ້າ​ນັ້ນ. ຈະບໍ່ເຫລືອຜູ້ລອດຊີວິດໃນເຊື້ອ​ສາຍຂອງເອຊາວເລີຍ, ເພາະວ່າພຣະຢາ​ເວໄດ້ກ່າວໄວ້ແລ້ວ."