lo_oba_text_ulb_l3/01/12.txt

1 line
1.4 KiB
Plaintext

\v 12 ເຈົ້າຢ່າເບິ່ງດ້ວຍຄວາມ​ພໍ​ໃຈໃນມື້​ຂອງ​ນ້ອງຊາຍຂອງເຈົ້າ, ໃນມື້​ແຫ່ງເຄາະ​ຮ້າຍຂອງລາວ, ແລະ ຢ່າດີໃຈເຫນືອຜູ້ຄົນຢູດາໃນມື້​ທີ່ພວກເຂົາຖືກທຳລາຍ; ຢ່າເຢາະເຢີ້ຍໃນມື້ທີ່ພວກເຂົາທຸກຍາກ. \v 13 ຢ່າເຂົ້າໄປໃນປະຕູເມືອງ​ແຫ່ງປະຊາຊົນຂອງເຮົາໃນມື້​ແຫ່ງພັຍພິບັດຂອ​ງ​ພວກ​ເຂົາ; ຢ່າເບິ່ງຄວາມທຸກຍາກລຳ​ບາກຂອງພວກເຂົາ ໃນມື້ທີ່ພວກເຂົາໄດ້ຮັບຄວາມເດືອດຮ້ອນດ້ວຍຄວາມພໍໃຈ, ຢ່າປຸ້ນຊັບສິນຂອງ​ພວກເຂົາໃນມື້ທີ່ພວກເຂົາຖືກປະຣາໄຊ. \v 14 ຢ່າຢືນຂວາງໃນທາງແຍກ, ເພື່ອສະກັດກັ້ນຜູ້ທີ່ຫລົບຫນີຂອງ​ເຂົາ ແລະ ຢ່າສົ່ງກັບຜູ້ທີ່ລອດຊີວິດຂອງພວກເຂົາໃນມື້ແຫ່ງຄວາມທຸກຍາກ.