lo_num_text_ulb_l3/23/01.txt

1 line
1.4 KiB
Plaintext

\c 23 \v 1 ບາລາອາມໄດ້ເວົ້າກັບເຈົ້າບາຫລາກວ່າ, “ຂໍຈົ່ງສ້າງແທ່ນບູຊາຂຶ້ນເຈັດແທ່ນໃຫ້ຂ້ານ້ອຍທີ່ນີ້ ແລະ ຈັດຕຽມງົວຜູ້ເຈັດໂຕ ແລະ ແກະຜູ້ ເຈັດໂຕ." \v 2 ດັ່ງນັ້ນເຈົ້າບາຫລາກກໍເຮັດຕາມທີ່ບາລາອາມໄດ້ຂໍມາແລ້ວບາຫລາກກັບບາລາອາມກໍໄດ້ຖວາຍງົວຜູ້ຫນຶ່ງໂຕ ແລະ ແກະຜູ້ຫນຶ່ງໂຕເປັນເຄື່ອງບູຊາເທິງແທ່ນບູຊາແຕ່ລະອັນ. \v 3 ແລ້ວບາລາອາມກໍໄດ້ກ່າວແກ່ເຈົ້າບາຫລາກວ່າ, “ຈົ່ງຢືນຢູ່ໃກ້ກັບແທ່ນບູຊາຂອງທ່ານ ແລະ ຂ້ານ້ອຍຈະໄປ. ບາງທີພຣະຢາເວຈະຊົງມາພົບຂ້ານ້ອຍ. ອັນໃດກໍຕາມທີ່ພຣະອົງຊົງສຳແດງແກ່ຂ້ານ້ອຍ ຂ້ານອ້ຍຈະມາບອກທ່ານ." ດັ່ງນັ້ນເຂົາຈຶ່ງອອກໄປ ຍັງຈອມພູທີ່ບໍ່ມີຕົ້ນໄມ້ເລີຍ.