lo_num_text_ulb_l3/28/06.txt

1 line
1.2 KiB
Plaintext

\v 6 ອັນນີ້ ແມ່ນເຄື່ອງຖວາຍບູຊາປະຈຳວັນ ທີ່ຕ້ອງເຜົາໃຫ້ຫມົດຕາມ ພິທີຖວາຍບູຊາອາຫານເທື່ອທຳອິດທີ່ພູເຂົາຊີນາຍ ກິ່ນຫອມຫວນ, ຈຶ່ງເປັນທີ່ພໍໃຈອົງພຣະຢາເວ. \v 7 ສ່ວນ​ເຄື່ອງດື່ມບູຊາ ຄືເຫລົ້າອະງຸ່ນຫນຶ່ງ​ລ​ິດ​ທີ່​ຖວາຍ​ພ້ອມ​ກັບ​ລູກ​ແກະໂຕ​ທີ່​ຫນຶ່ງນັ້ນ ໃຫ້​ຖອກ​ໃສ່​ແທ່ນ​ບູ​ຊາ. \v 8 ລູກແກະໂຕທີສອງ ທີ່ຈະຖວາຍໃນຕອນແລງ ໃຫ້ຖວາຍຢ່າງດຽວກັນ ກັບການຖວາຍໃນຕອນເຊົ້າ ແລະ ໃຫ້ຖວາຍ ເຫລົ້າອະງຸ່ນພ້ອມ. ອັນນີ້ກໍແມ່ນການຖວາຍອາຫານຄືກັນ, ກິ່ນຫອມຫວນຈຶ່ງເປັນທີ່ພໍໃຈອົງພຣະຢາເວ.