lo_num_text_ulb_l3/06/06.txt

1 line
959 B
Plaintext

\v 6 ຕະຫລອດຊ່ວງລະຫວ່າງເວລາຂອງການແຍກຕົວເອງອອກມາແດ່ພຣະຢາເວ, ເຂົາຕ້ອງບໍ່ເຂົ້າມາໃກ້ຊາກສົບ. \v 7 ເຂົາຕ້ອງບໍ່ເຮັດໃຫ້ຕົວເອງເປັນມົນທິນເນື່ອງຈາກ ພໍ່, ແມ່, ນ້ອງຊາຍ, ຫລື ນ້ອງສາວຂອງເຂົາ, ຖ້າຫາກພວກເຂົາຕາຍ. ນີ້ເປັນເພາະເຂົາຖືກແຍກໄວ້ແດ່ພຣະເຈົ້າແລ້ວ, ຕາມທີ່ທຸກຄົນເຫັນໄດ້ຈາກຜົມຍາວຂອງເຂົາ. \v 8 ຕະຫລອດຊ່ວງເວລາການແຍກອອກມາຂອງເຂົາ, ເຂົາບໍຣິສຸດ, ແລະ ສະຫງວນໄວ້ແດ່ພຣະຢາເວ.