lo_num_text_ulb_l3/33/53.txt

1 line
1.0 KiB
Plaintext

\v 53 ແລະເຈົ້າຈົ່ງຂັບໄລ່ຊາວແຜ່ນ­ດິນນັ້ນອອກ ແລະ ເຂົ້າໄປຕັ້ງຄ້າຍຢູ່ໃນນັ້ນ, ເພາະເຮົາໄດ້ໃຫ້ແຜ່ນ­ດິນນັ້ນໃຫ້ເຈົ້າຖືກຳ­ມະ­ສິດ. \v 54 ພວກເຈົ້າຈົ່ງຈັບສະ­ຫລາກມໍ­ລະ­ດົກທີ່ດິນນັ້ນ, ຕາມຄອບ­ຄົວຂອງເຈົ້າຄອບ­ຄົວທີ່ໃຫຍ່ເຈົ້າຈົ່ງ ໃຫ້ມໍ­ລະ­ດົກສ່ວນໃຫຍ່, ຄອບ­ຄົວທີ່ນ້ອຍເຈົ້າຈົ່ງໃຫ້ມໍ­ລະ­ດົກສ່ວນນ້ອຍ, ດິນຜືນໃດທີ່ສະ­ຫລາກຕົກແກ່ຄົນໃດກໍເປັນຂອງຄົນນັ້ນ. ເຈົ້າຈົ່ງຮັບມໍ­ລະ­ດົກຕາມຕະ­ກູນຂອງບັນ­ພະ­ບູ­ລຸດຂອງເຈົ້າ.