lo_num_text_ulb_l3/32/28.txt

1 line
1.3 KiB
Plaintext

\v 28 ກ່ຽວກັບເລື່ອງພວກເຂົານີ້ໂມ­ເຊຈຶ່ງອອກຄຳສັ່ງແກ່ເອ­ເລ­ອາ­ຊາ, ແລະໂຢ­ຊວຍລູກຊາຍນູນ, ແລະແກ່ຫົວ­ຫນ້າຕະ­ກຸນຂອງຄົນອິ­ສຣາ­ເອນ, \v 29 “ແລະໂມ­ເຊກ່າວແກ່ພວກເຂົາວ່າ “ຖ້າຄົນກາດແລະຄົນຣູ­ເບັນທຸກຄົນຜູ້ມີອາ­ວຸດທີ່ຈະເຮັດສົງ­ຄາມຕໍ່ພຣະ­ພັກພຣະ­ຜູ້­ເປັນ­ເຈົ້າ ຈະຂ້າມແມ່­ນຳ້ຢໍ­ແດນໄປພ້ອມກັບເຈົ້າທັງ­ຫລາຍ ແລະແຜ່ນ­ດິນນັ້ນຈະພ່າຍແພ້ຕໍ່­ຫນ້າເຈົ້າແລ້ວ, ເຈົ້າຈົ່ງມອບແຜ່ນ­ດິນກິ­ເລ­ອາດໃຫ້ເປັນກຳ­ມະ­ສິດແກ່ພວກເຂົາ. \v 30 ແຕ່ຖ້າພວກເຂົາບໍ່ຖືອາ­ວຸດຂ້າມໄປກັບເຈົ້າ, ພວກເຂົາຈະຕ້ອງໄດ້ສ່ວນແຜ່ນ­ດິນກາ­ນາ­ອານຮ່ວມກັບເຈົ້າເປັນກຳ­ມະ­ສິດ.”