lo_num_text_ulb_l3/32/01.txt

1 line
1023 B
Plaintext

\c 32 \v 1 ຄົນຣູ­ເບັນແລະຄົນກາດມີຝູງງົວເປັນຈຳ­ນວນຫລາຍ. ພວກເຂົາໄດ້ເຫັນແຜ່ນ­ດິນຢາ­ເຊແລະແຜ່ນ­ດິນກິ­ເລ­ອາດ, ບ່ອນນັ້ນເປັນບ່ອນທີ່ເຫມາະແກ່ຝູງສັດ. \v 2 ດັ່ງ­ນັ້ນ ຄົນກາດແລະຄົນຣູ­ເບັນຈຶ່ງມາຫາໂມ­ເຊ, ແລະເອ­ເລ­ອາ­ຊາທີ່ເປັນປະໂຣຫິດແລະຜູ້ນຳຂອງຊຸມ­ນຸມ­ຊົນກ່າວວ່າ, \v 3 “ ນີ້ຄືລາຍຊື່ຂອງທີ່ຕ່າງໆທີ່ເຮົາໄດ້ສຳຫລວດເບິ່ງຄື: ອາ­ຕາ­ໂຣດ, ດີ­ໂບນ, ຢາ­ເຊ, ນິມ­ຣາ, ເຮັດ­ຊະ­ໂບນ, ເອ­ເລ­ອາ­ເລ, ເສ­ບາມ, ເນ­ໂບ, ແລະເບ­ໂອນ.