lo_num_text_ulb_l3/27/12.txt

1 line
1.2 KiB
Plaintext

\v 12 ພຣະ­ຢາເວຊົງກ່າວກັບໂມ­ເຊວ່າ, “ຈົ່ງເດີນ­ທາງໄປພູ ອາ­ບາ­ຣີມ ເພື່ອໄປເບິ່ງແຜ່ນ­ດິນທີ່ເຮົາຈະມອບໃຫ້ພວກອິ­ດສະຣາ­ເອນ. \v 13 ຫລັງຈາກທີ່ເຈົ້າໄດ້ເຫັນແລ້ວ, ເຈົ້າຈະຕາຍຄືກັນກັບ ອາໂຣນ ອ້າຍຂອງເຈົ້າ \v 14 ເພາະເຈົ້າທັງສອງໄດ້ຝ່າຝືນຂໍ້ຄໍາສັ່ງຂອງເຮົາ ທີ່ຖິ່ນແຫ້ງແລ້ງກັນດານ ຊິນ, ຄາວທີ່ຊຸມຊົນອິດສະຣາເອນ ທັງຫມົດໄດ້ຈົ່ມຮ້າຍໃສ່ເຮົາທີ່ ເມຣິບາ ນັ້ນ ເຈົ້າປະຕິເສດບໍ່ຍອມຮັບຂໍ້ຄໍາສັ່ງຂອງເຮົາຕໍ່ຫນ້າພວກເຂົາ.” (ເມຣິບາ ແມ່ນບໍ່ນຳ້ທີ່ກາເດັດ ໃນຖິ່ນແຫ້ງແລ້ງກັນດານ ຊິນ.)