lo_num_text_ulb_l3/27/02.txt

1 line
870 B
Plaintext

\v 2 ພວກເຂົາມາຢືນຢູ່ຊ້ອງຫນ້າໂມເຊ, ປະໂຣຫິດເອເລອາຊາ, ບັນດາຜູ້ນຳແລະ ຊຸມຊົນທັງຫມົດທີ່ທາງເຂົ້າຫໍເຕັນບ່ອນອົງພຣະຢາເວສະຖິດຢູ່ ແລະ ຮຽກຮ້ອງສິດທິຂອງພວກ. ຕົນວ່າ, \v 3 “ພໍ່ຂອງພວກເຮົາໄດ້ຕາຍໃນຖິ່ນ ແຫ້ງແລ້ງກັນດານ. ໂດຍບໍ່ມີລູກຊາຍຈັກຄົນ. ເພິ່ນບໍ່ແມ່ນພັກພວກຂອງໂກຣາ. ຜູ້ທີ່ໄດ້ກະບົດຕໍ່ອົງພຣະຢາເວ ເພິ່ນໄດ້ຕາຍໄປ ຍ້ອນບາບກຳຂອງເພິ່ນເອງ.