lo_num_text_ulb_l3/22/38.txt

1 line
997 B
Plaintext

\v 38 ແລ້ວບາລາອາມ ຈຶ່ງຕອບບາຫລາກ, ກ່າວວ່າ, “ ຂ້ານ້ອຍມາຫາທ່ານແລ້ວ. ບັດນີ້ ຂ້ານ້ອຍຈະມີອໍານາດເຮັດຫຍັງໄດ້ແດ່? ຂ້ານ້ອຍເວົ້າໄດ້ພຽງແຕ່ຖ້ອຍຄຳທີ່ພຣະເຈົ້າໄດ້ຊົງໃສ່ໄວ້ໃນປາກຂອງຂ້ານ້ອຍເທົ່ານັ້ນ.” \v 39 ບາລາອາມ ຈຶ່ງໄປກັບເຈົ້າບາຫລາກ, ແລະພວກເພິ່ນກໍໄປເຖິງກີຣີອາດຮູຊົດ. \v 40 ແລ້ວເຈົ້າບາຫລາກ ໄດ້ຖວາຍງົວ ແລະ ແກະເປັນເຄື່ອງບູຊາ ແລະໃຫ້ຊີ້ນບາງສ່ວນໃຫ້ບາລາອາມ ແລະ ພວກຜູ້ນຳທີ່ໄດ້ໄປກັບຕົນ.