lo_num_text_ulb_l3/22/31.txt

1 line
1.3 KiB
Plaintext

\v 31 ແລ້ວພຣະຢາເວ ຈຶ່ງເປີດຕາບາລາອາມ, ແລະເພິ່ນກໍໄດ້ເຫັນເທວະດາຂອງພຣະຢາເວທີ່ຊັກດາບຢຸ່ໃນມືຂອງເຂົາຢືນຂວາງໃນຫົນທາງຢູ່. ບາລາອາມ ຈຶ່ງກົ້ມຫົວຂອງເຂົາແລະຫມູບຫນ້າລົງດິນ. \v 32 ເທວະດາ ຂອງພຣະຢາເວໄດ້ກ່າວກັບເຂົາວ່າ, “ເປັນຫຍັງ ເຈົ້າຈຶ່ງຕີລໍ ຂອງເຈົ້າເຖິງສາມເທື່ອເຊັ່ນນີ້? ເບິ່ງແມ, ເຮົາໄດ້ມາເປັນຄົນຫນຶ່ງທີ່ເປັນສັດຕູຕໍ່ເຈົ້າ ເພາະການກະທຳຂອງເຈົ້າຊົ່ວຮ້າຍຕໍ່ຫນ້າເຮົາ. \v 33 ລໍໂຕນັ້ນໄດ້ເຫັນເຮົາ ຈຶ່ງຫັນຫນີອອກໄປເຖິງສາມເທື່ອ. ຖ້າມັນບໍ່ຫັນໄປຈາກເຮົາ, ເຮົາຄົງໄດ້ຂ້າເຈົ້າຢ່າງແນ່ນອນແລະ ໄວ້ຊີວິດຂອງມັນ.”