lo_num_text_ulb_l3/22/21.txt

1 line
1.3 KiB
Plaintext

\v 21 ບາລາອາມຕື່ນຂຶ້ນໃນຕອນເຊົ້າ, ຜູກລໍຂອງເຂົາ, ແລະ ອອກ ເດີນທາງໄປກັບພວກຜູ້ນຳຊາວໂມອາບ. \v 22 ແຕ່ເພາະເຫດທີ່ເຂົາໄປ, ຄວາມໂກດຮ້າຍຂອງພຣະເຈົ້າໄດ້ພຸ່ງຂຶ້ນ. ເທວະດາຂອງພຣະຢາເວກໍມາຢືນຂວາງຢຸ່ໃນຫົນທາງນັ້ນເປັນເຫມືອນຄົນທີ່ເປັນສັດຕູຕໍ່ບາລາອາມ, ທີ່ກຳລັງຂີ່ລໍຂອງເຂົາ. ຄົນຮັບໃຊ້ສອງຄົນຂອງບາລາອາມກໍຢູ່ກັບເຂົາດ້ວຍ. \v 23 ເມື່ອໂຕລໍ ໄດ້ເຫັນເທວະດາຂອງພຣະຢາເວທີ່ຊັກດາບອອກມາຢູ່ໃນມືຂອງເຂົາກຳລັງຢືນຢູ້ໃນຫົນທາງນັ້ນ. ລໍໂຕນັ້ນກໍແລ່ນອອກ ຈາກທາງແລະເຂົ້າໄປສູ່ທົ່ງນາ. ບາລາອາມ ຈຶ່ງຕີລໍໂຕນັ້ນ ຂະຫນາບມັນໃຫ້ກັບຄືນມາສູ່ຫົນທາງໃຫຍ່.