lo_num_text_ulb_l3/22/15.txt

1 line
1.1 KiB
Plaintext

\v 15 ບາຫລາກໄດ້ສົ່ງບັນດາ ຜູ້ນຳໄປອີກຄັ້ງຫນຶ່ງຊຶ່ງມີຈຳນວນຫລາຍກວ່າເປັນຄົນສໍາຄັນກວ່າພວກທໍາອິດ. \v 16 ພວກເຂົາໄດ້ມາຫາ ບາລາອາມແລະບອກເຂົາວ່າ," ບາຫລາກລູກຊາຍຂອງຊິບໂປກ່າວດັ່ງນີ້ວ່າ: “ຂໍຢ່າໃຫ້ສິ່ງໃດ ສິ່ງຫນຶ່ງກີດຂວາງທ່ານຈາກການມາຫາເຮົາ, \v 17 ເພາະເຮົາຈະຈ່າຍໃຫ້ແກ່ທ່ານຢ່າງງາມແລະໃຫ້ກຽດແກ່ທ່ານຢ່າງສູງ, ແລະ ເຮົາຈະເຮັດຕາມສິ່ງທີ່ທ່ານບອກໃຫ້ເຮົາເຮັດ. ດັ່ງນັ້ນຂໍກະລຸນາມາເຖີດແລະສາບແຊ່ງ ຊົນຊາດນີ້ໃຫ້ກັບເຮົາ.”'