lo_num_text_ulb_l3/22/05.txt

1 line
1.7 KiB
Plaintext

\v 5 ເຂົາໄດ້ສົ່ງພວກຜູ້ສົ່ງຂ່າວສານໄປເຊີນ ບາລາອາມ ລູກຊາຍຂອງເບໂອ, ທີ່ເມືອງ ເປໂທທີ່ຢຸ່ໃກ້ກັບແມ່ນຳ້ເອີຟຣັດ, ໃນດິນແດນຂອງຊົນຊາດຂອງພວກເຂົາແລະປະຊາຊົນຂອງເຂົາ. ເຂົາໄດ້ເອີ້ນຄົນນັ້ນມາແລະກ່າວວ່າ," ເບິ່ງແມ, ມີຊົນຊາດຫນຶ່ງທີ່ມາຈາກເອຢິບຢູ່ທີ່ນີ້. ພວກເຂົາໄດ້ແຜ່ຜາຍໄປທົ່ວທຸກແຫ່ງ ແລະ ພວກເຂົາຢູ່ຕິດກັບພວກເຮົາໃນຕອນນີ້. \v 6 ດັ່ງນັ້ນ ຂໍໂຜດມາດຽວນີ້ເຖີດແລະສາບແຊ່ງຊົນຊາດນີ້ໃຫ້ກັບພວກເຮົາ. ເພາະພວກເຂົາມີກຳລັງຫລາຍເກີນໄປສຳລັບພວກເຮົາ. ແລ້ວບາງທີພວກເຮົາອາດຈະຈັດການເພື່ອໂຈມຕີ ພວກເຂົາໄດ້ ແລະ ໄລ່ພວກເຂົາໃຫ້ອອກໄປຈາກ ດິນແດນນີ້. ເຮົາຮູ້ວ່າທ່ານກ່າວຄໍາອວຍພອນ ຜູ້ໃດກໍຕາມກໍຈະໄດ້ຮັບພອນ, ແລະ ທ່ານກ່າວຄໍາສາບແຊ່ງຜູ້ໃດກໍຕາມ ເຂົາຈະໄດ້ຮັບຄໍາສາບແຊ່ງ.”