lo_num_text_ulb_l3/22/02.txt

1 line
1.1 KiB
Plaintext

\v 2 ບາຫລາກລູກຊາຍຂອງຊິບໂປ ໄດ້ເຫັນທຸກສິ່ງທີ່ຊາວອິດສະຣາເອນ ໄດ້ເຮັດກັບຊາວອາໂມຣິດ. \v 3 ຊາວໂມອາບຈຶ່ງຢ້ານຄົນເຫລົ່ານັ້ນຫລາຍເພາະພວກເຂົາມີຈຳນວນຫລວງຫລາຍ, ແລະຊາວໂມອາບກໍຢູ່ໃນຄວາມຢ້ານກົວຕໍ່ຄົນອິດສະຣາເອນ. \v 4 ກະສັດແຫ່ງໂມອາບ ໄດ້ເວົ້າຕໍ່ ພວກຜູ້ອາວຸໂສຂອງຄົນມີດີອານວ່າ, “ ຄົນຫລວງຫລາຍເຫລົ່ານີ້ຈະກິນທັງຫມົດສິ່ງທີ່ ຢູ່ອ້ອມຮອບພວກເຮົາ ເຫມືອນດັ່ງງົວກິນຫຍ້າຢູ່ຕາມທົ່ງນາ.” ບັດນີ້ບາຫລາກລູກຊາຍຂອງຊິບໂປເປັນກະສັດແຫ່ງໂມອາບໃນເວລານັ້ນ.