lo_num_text_ulb_l3/21/33.txt

1 line
1.5 KiB
Plaintext

\v 33 ແລ້ວພວກເຂົາ ກໍລ້ຽວໄປແລະຂຶ້ນໄປ ຕາມທາງໄປເມືອງບາຊານ. ໂອກ ກະສັດ ແຫ່ງບາຊານ ກໍໄດ້ອອກມາສຸ້ຮົບກັບພວກເຂົາ, ເຂົາແລະກອງທັບເຂົາມາ, ເພື່ອສຸ້ຮົບກັບຄົນອິດສະຣາເອນທີ່ ເອັດເຣອີ. \v 34 ແລ້ວພຣະຢາເວໄດ້ບອກກັບໂມເຊວ່າ, “ຢ່າສູ່ຢ້ານເລີຍ, ເພາະເຮົາໄດ້ໃຫ້ເຈົ້າຕີຊະນະເຫນືອເຂົາ, ກອງທັບທັງຂອງເຂົາ, ແລະ ດິນແດນຂອງເຂົາ. ຈົ່ງເຮັດກັບເຂົາເຫມືອນຢ່າງທີ່ເຈົ້າເຮັດກັບສີໂຫນ ກະສັດຂອງຊາວອາໂມຣິດ, ທີ່ໄດ້ອາໄສຢູ່ທີ່ເມືອງເຮັດຊະໂບນ." \v 35 ດັ່ງນັ້ນ ພວກເຂົາກໍໄດ້ສັງຫານສີໂຫນ ພ້ອມທັງລູກຊາຍ ຂອງເຂົາ, ແລະກອງທັບຂອງເຂົາ, ປະຊາຊົນທັງຫມົດຂອງເຂົາ ໂດຍບໍ່ມີໃຜລອດຊີວິດເລີຍ . ແລ້ວພວກເຂົາກໍຢຶດດິນແດນມາປົກຄອງ.