lo_num_text_ulb_l3/21/24.txt

1 line
1.4 KiB
Plaintext

\v 24 ຊາວອິດສະຣາເອນກໍໂຈມຕີກອງທັບຂອງສີໂຫນດ້ວຍຄົມດາບ ແລະ ຢຶດດິນແດນຂອງ ພວກເຂົາຕັ້ງແຕ່ແມ່ນຳ້ ອາກໂນນ ຈົນເຖິງແມ່ນຳ້ຢັບໂບກ, ໄກອອກໄປຈົນເຖິງດິນແດນຂອງ ຊາວອໍາໂມນ. ໃນຕອນນັ້ນເຂດແດນຂອງຊາວອໍາໂມນ ໄດ້ມີການປ້ອງກັນໄວ້. \v 25 ຄົນອິດສະຣາເອນຈຶ່ງໄດ້ຢຶດເມືອງຂອງຊາວອາໂມຣິດທັງຫມົດແລະອາໄສຢູ່ໃນເມືອງເຫລົ່ານັ້ນ, ພ້ອມທັງເມືອງເຮັດຊະໂບນ ແລະຫມູ່ບ້ານທັງຫມົດຂອງເມືອງນັ້ນ. \v 26 ເຮັດຊະໂບນ ເປັນເມືອງຫລວງຂອງເຈົ້າສີໂຫນ ກະສັດຂອງຊາວອາໂມຣິດ; ຜູ້ທີ່ສູ້ຮົບກັບກະສັດຄົນກ່ອນຂອງໂມອາບ. ສີໂຫນໄດ້ຢຶດດິນແດນຂອງເຂົາທັງຫມົດຕັ້ງແຕ່ເຂດແດນຂອງເຂົາຈົນຮອດແມ່ນຳ້ ອາກໂນນ.