lo_num_text_ulb_l3/21/21.txt

1 line
1.3 KiB
Plaintext

\v 21 ແລ້ວຄົນອິດສະຣາເອນ ຈຶ່ງສົ່ງຜູ້ສົ່ງຂ່າວສານໄປບອກສີໂຫນ ກະສັດຂອງ ຊາວອາໂມ ວ່າ, \v 22 “ກະລຸນາໃຫ້ພວກເຮົາຜ່ານດິນແດນຂອງທ່ານໄປ. ພວກເຮົາ ຈະບໍ່ລ້ຽວເຂົ້າໄປໃນໄຮ່ນາ ຫລື ສວນອະງຸ່ນໃດໆເລີຍ .ເຮົາຈະບໍ່ດື່ມນຳ້ຈາກບໍ່ ຂອງທ່ານພວກເຮົາຈະເດີນທາງໄປຕາມທາງຫລວງ.ຈົນກວ່າເຮົາຈະຂ້າມພົ້ນເຂດແດນຂອງທ່ານອອກໄປ.” \v 23 ແຕ່ ກະສັດສີໂຫນ ບໍ່ຍອມໃຫ້ຄົນອິດສະຣາເອນຜ່ານເຂົ້າເຂດແດນຂອງພວກເຂົາໄປ, ສີໂຫນໄດ້ຮວບຮວມເອົາກອງທະຫານທັງຫມົດ ແລະໂຈມຕີຄົນອິດສະຣາເອນ ໃນຖິ່ນທຸລະກັນດານ. ພວກເຂົາມາທີ່ຢາຮາດ, ແລະບຸກໂຈມຕີຊາວອິດສະຣາເອນ.