lo_num_text_ulb_l3/17/06.txt

1 line
898 B
Plaintext

\v 6 ດັ່ງນັ້ນໂມເຊຈຶ່ງບອກກັບຄົນອິດສະຣາເອນ. ຜູ້ນຳເຜົ່າທຸກຄົນກໍນຳໄມ້ເທົ້າຂອງເຂົາມາໃຫ້ເພິ່ນ, ໄມ້ເທົ້າອັນຫນຶ່ງຈາກຜູ້ນຳແຕ່ລະຄົນ ທີ່ເລືອກມາແຕ່ລະເຜົ່າບັນພະບູລຸດ, ໄມ້ເທົ້າທັງຫມົດມີສິບສອງອັນ. ໄມ້ເທົ້າຂອງອາໂຣນກໍຢູ່ທ່າມກາງໄມ້ເທົ້າເຫລົ່ານັ້ນ. \v 7 ແລ້ວໂມເຊກໍວາງໄມ້ເທົ້າເຫລົ່ານັ້ນຕໍ່ພຣະພັກພຣະຢາເວໃນເຕັນແຫ່ງຫີບພັນທະສັນຍາພຣະບັນຊາ.