lo_num_text_ulb_l3/16/39.txt

1 line
997 B
Plaintext

\v 39 ເອເລອາຊາປະໂຣຫິດກໍເອົາກະຖາງໄຟທອງສຳລິດທີ່ຖືກໄຟເຜົາເຫລົ່ານັ້ນໃຊ້, ແລະກະຖາງເຫລົ່ານັ້ນກໍຖືກຕີໃຫ້ເປັນແຜ່ນບາງໆປົກແທ່ນບູຊາ, \v 40 ເພື່ອເປັນການເຕືອນໃຈຄົນອິດສະຣາເອນ, ເພື່ອທີ່ຈະບໍ່ມີຄົນພາຍນອກຄົນໃດທີ່ບໍ່ໄດ້ເປັນເຊື້ອສາຍຈາກອາໂຣນ ຈະເຂົ້າມາເຜົາເຄື່ອງຫອມ ຕໍ່ພຣະພັກພຣະຢາເວ, ເພື່ອພວກເຂົາຈະບໍ່ເປັນເຫມືອນກັບໂຄຣາແລະພັກພວກຂອງເຂົາ ຕາມທີ່ພຣະຢາເວໄດ້ຊົງສັ່ງໄວ້ຜ່ານໂມເຊ.