lo_num_text_ulb_l3/16/36.txt

1 line
1.4 KiB
Plaintext

\v 36 ພຣະຢາເວໄດ້ບອກກັບໂມເຊອີກວ່າ, \v 37 ຈົ່ງບອກເອເລອາຊາລູກຊາຍຂອງອາໂລນປະໂຣຫິດ ແລະໃຫ້ເຂົາເອົາກະຖາງໄຟອອກມາຈາກກອງໄຟນັ້ນ, ເພາະກະຖາງໄຟນັ້ນໄດ້ຖືກແຍກໄວ້ສະເພາະເຮົາ. ແລ້ວໃຫ້ເຂົາກະຈາຍທ່ານທີ່ລຸກຢູ່ນັ້ນອອກໄປໄກໆ. \v 38 ຈົ່ງເອົາກະຖາງໄຟຂອງຄົນເຫລົ່ານັ້ນທີ່ຖືກຂ້າຕາຍເພາະບາບຂອງພວກເຂົາມາ. ໃຫ້ພວກເຂົາເຮັດໃຫ້ເປັນແຜ່ນບາງໆທີ່ຕີດ້ວຍຄ້ອນສຳລັບປົກແທ່ນບູຊາ ຄົນເຫລົ່ານັ້ນກໍເຮັດເພື່ອຖວາຍກະຖາງໄຟເຫລົ່ານັ້ນຕໍ່ຫນ້າເຮົາ, ດັ່ງນັ້ນກະຖາງໄຟເຫລົ່ານັ້ນກໍຖືກແຍກໄວ້ສະເພາະເຮົາ. ກະຖາງໄຟເຫລົ່ານັ້ນຈະເປັນຫມາຍສຳຄັນຂອງການຊົງສະຖິດຂອງເຮົາຕໍ່ຄົນອິດສະຣາເອນ."