lo_num_text_ulb_l3/16/28.txt

1 line
1.3 KiB
Plaintext

\v 28 ແລ້ວໂມເຊຈຶ່ງກ່າວວ່າ," ໂດຍການເຮັດເຊັ່ນນີ້ພວກເຈົ້າຈະໄດ້ຮູ້ວ່າ ພຣະຢາເວໄດ້ສົ່ງເຮົາມາເພື່ອທີ່ຈະເຮັດງານເຫລົ່ານີ້ທັງຫມົດ, ເພາະເຮົາບໍ່ໄດ້ເຮັດສິ່ງເຫລົ່ານີ້ຕາມໃຈຂອງເຮົາ. \v 29 ຖ້າຄົນເຫລົ່ານີ້ຕາຍດ້ວຍການຕາຍທຳມະຊາດທີ່ເກີດຂຶ້ນ ເປັນປົກກະຕິທົ່ວໄປ, ແລ້ວພຣະຢາເວກໍບໍ່ໄດ້ຊົງໃຊ້ເຮົາມາ. \v 30 ແຕ່ພຣະຢາເວຊົງເຮັດໃຫ້ພື້ນດິນອ້າອອກແລະກືນພວກເຂົາ, ພ້ອມກັບຄອບຄົວຂອງພວກເຂົາເຂົ້າໄປເຫມືອນກັບປາກຂະຫນາດໃຫຍ່, ແລະຖ້າພວກເຂົາລົງໄປສູ່ແດນຄົນຕາຍທັງເປັນ, ແລ້ວພວກເຈົ້າກໍຕ້ອງເຂົ້າໃຈວ່າຄົນເຫລົ່ານັ້ນໄດ້ຫມິ່ນປະຫມາດພຣະຢາເວ."