lo_num_text_ulb_l3/16/25.txt

1 line
1.1 KiB
Plaintext

\v 25 ແລ້ວໂມເຊກໍລຸກຂຶ້ນແລະໄປຫາດາທານແລະອາບີຣາມ; ພວກອາວຸໂສຂອງອິດສະຣາເອນກໍຕາມເພິ່ນໄປ. \v 26 ເພິ່ນບອກກັບປະຊາຊົນວ່າ," ຈົ່ງອອກໄປຈາກເຕັນຂອງຄົນຊົ່ວຮ້າຍເຫລົ່ານີ້ດຽວນີ້ແລະຢ່າແຕະຕ້ອງສິ່ງໃດຂອງພວກເຂົາ, ບໍ່ດັ່ງນັ້ນພວກເຈົ້າຈະຖືກທຳລາຍຫມົດສີ້ນເນື່ອງຈາກບາບທັງຫມົດຂອງພວກເຂົາ." \v 27 ດັ່ງນັ້ນປະຊາຊົນທີ່ຢູ່ທຸກດ້ານຂອງເຕັນຂອງໂຄຣາ, ດາທານ, ແລະອາບີຣາມກໍອອກມາແລະຢືນຢູ່ທີ່ປະຕູເຕັນຂອງພວກເຂົາ, ພ້ອມກັບເມຍ, ລູກຊາຍ, ແລະລູກນ້ອຍໆຂອງພວກເຂົາ.