lo_num_text_ulb_l3/16/18.txt

1 line
757 B
Plaintext

\v 18 ດັ່ງນັ້ນຊາຍທຸກຄົນກໍໄດ້ເອົາກະຖາງໄຟຂອງຕົນໄປ, ໃສ່ໄຟລົງໄປໃນນັ້ນ, ແລະວາງເຄື່ອງຫອມໃນກະຖາງໄຟນັ້ນ, ແລະຢືນຢູ່ທີ່ທາງເຂົ້າເຕັນປະຊຸມກັບໂມເຊແລະອາໂຣນ. \v 19 ໂຄຣາໄດ້ປະຊຸມຊຸມຊົນທັງຫມົດໃຫ້ຕໍ່ຕ້ານໂມເຊແລະອາໂຣນ ທີ່ທາງເຂົາຫໍເຕັນປະຊຸມ, ແລະພຣະສະຫງ່າຣາສີຂອງພຣະຢາເວກໍປົກຄຸມຊຸມຊົນທັງຫມົດ.