lo_num_text_ulb_l3/16/15.txt

1 line
1.3 KiB
Plaintext

\v 15 ຂໍຢ່າຊົງຮັບເຄື່ອງບູຊາຈາກພວກເຂົາ. ຂ້ານ້ອຍບໍ່ໄດ້ເອົາລໍຂອງພວກເຂົາມາແມ່ນແຕ່ໂຕດຽວ, ແລະຂ້ານ້ອຍກໍບໍ່ເຄີຍທຳຮ້າຍໃຜໃນພວກເຂົາເລີຍ." \v 16 ແລ້ວໂມເຊກໍເວົ້າກັບໂຄຣາວ່າ," ມື້ອື່ນນີ້ເຈົ້າແລະພັກພວກຂອງເຈົ້າທັງຫມົດຕ້ອງໄປຢູ່ຕໍ່ພຣະພັກພຣະຢາເວ ທັງເຈົ້າແລະພວກເຂົາ, ແລະອາໂຣນ. \v 17 ພວກເຈົ້າແຕ່ລະຄົນຕ້ອງນຳກະຖາງໄຟມາແລະໃສ່ເຄື່ອງຫອມລົງໄປໃນນັ້ນ. ແລ້ວແຕ່ລະຄົນກໍຕ້ອງນຳກະຖາງໄຟຂອງຕົນມາຢູ່ຕໍ່ພຣະພັກພຣະຢາເວ, ກະຖາງໄຟສອງຮ້ອຍຫ້າສິບຫນ່ວຍ. ທັງເຈົ້າແລະອາໂຣນ, ກໍຕ້ອງເອົາກະຖາງໄຟຂອງພວກເຈົ້າມາດ້ວຍ."