lo_num_text_ulb_l3/16/12.txt

1 line
1.3 KiB
Plaintext

\v 12 ແລ້ວໂມເຊກໍເອີ້ນດາທານແລະອາບີຣາມ, ລູກຊາຍຂອງເອລີອາບ, ແຕ່ພວກເຂົາບອກວ່າ, " ເຮົາຈະບໍ່ຂຶ້ນມາ. \v 13 ການທີ່ທ່ານພາເຮົາອອກມາຈາກແຜ່ນດິນທີ່ອຸດົມດ້ວຍນຳ້ນົມແລະນຳ້ເຜິ້ງ, ເພື່ອທີ່ຈະຂ້າເຮົາໃນຖິ່ນທຸລະກັນດານເປັນສິ່ງເລັກນ້ອຍສຳລັບທ່ານບໍ? ບັດນີ້ທ່ານຕ້ອງການຈະເຮັດໃຫ້ຕົວທ່ານເອງເປັນຜູ້ປົກຄອງເຫນືອເຮົາ. \v 14 ຍິ່ງກວ່ານັ້ນ, ທ່ານຍັງບໍ່ພາເຮົາເຂົ້າໄປໃນແຜ່ນດິນທີ່ອຸດົມສົມບູນດ້ວຍນຳ້ນົມແລະນຳ້ເຜິ້ງ, ຫລືບໍ່ໄດ້ມອບທົ່ງນາແລະສວນອະງຸ່ນໃຫ້ແກ່ເຮົາ. ບັດນີ້ທ່ານຈະເຮັດໃຫ້ເຮົາຕາບອດດ້ວຍຄຳສັນຍາທີ່ວ່າງເປົ່າບໍ? ເຮົາຈະບໍ່ມາຫາທ່ານ."