lo_num_text_ulb_l3/16/08.txt

1 line
1.6 KiB
Plaintext

\v 8 ໂມເຊ, ໄດ້ເວົ້າກັບໂຄລາອີກວ່າ," ບັດນີ້, ເຈົ້າທີ່ເປັນເຊື້ອສາຍຄົນເລວີຈົ່ງຟັງ: \v 9 ການທີ່ພຣະເຈົ້າແຫ່ງອິດສະຣາເອນຊົງແຍກເຈົ້າໄວ້ ຈາກຊຸມຊົນອິດສະຣາເອນ, ເພື່ອນຳພວກເຈົ້າມາໃກ້ພຣະອົງ, ເພື່ອໃຫ້ເຮັດວຽກໃນຫໍເຕັນສັກສິດຂອງພຣະຢາເວ, ແລະຢືນຢູ່ຕໍ່ຫນ້າຊຸມຊົນນີ້ເພື່ອຮັບໃຊ້ພວກເຂົາ ນັ້ນເປັນສິ່ງເລັກນ້ອຍສຳລັບທ່ານບໍ? \v 10 ພຣະອົງຊົງນຳເຈົ້າມາໃກ້, ແລະລວມທັງຍາດຕິພີ່ນ້ອງຂອງເຈົ້າທຸກຄົນ, ທີ່ເປັນເຊື້ອສາຍຂອງເລວີ, ທີ່ຢູ່ກັບເຈົ້າ, ແຕ່ເຈົ້າກຳລັງສະແຫວງຫາຕຳແຫນ່ງປະໂຣຫິດອີກ! \v 11 ນັ້ນເປັນເຫດໃຫ້ເຈົ້າແລະພັກພວກຂອງເຈົ້າມາຊຸມນຸມກັນຕໍ່ຕ້ານພຣະຢາເວ. ດັ່ງນັ້ນເປັນຫຍັງເຈົ້າຈຶ່ງຈົ່ມວ່າກ່ຽວກັບອາໂຣນ, ຜູ້ທີ່ເຊື່ອຟັງພຣະຢາເວ?"