lo_num_text_ulb_l3/16/01.txt

1 line
1.6 KiB
Plaintext

\c 16 \v 1 ໃນຕອນນັ້ນໂຄຣາລູກຊາຍຂອງອີຊະຮາ ຜູ້ເປັນບຸດຊາຍຂອງໂກຮາດ ຜູ້ເປັນລູກຊາຍຂອງເລວີ, ພ້ອມກັບດາທານແລະອາບີຣາມລູກຊາຍຂອງເອລີອາບ, ແລະໂອນລູກຊາຍຂອງເປເລັດ, ຜູ້ເປັນເຊື້ອສາຍຂອງລູເບັນ, ໄດ້ລວບລວມຄົນຈຳນວນຫນຶ່ງ. \v 2 ພວກເຂົາລຸກຂຶ້ນຕໍ່ຕ້ານໂມເຊ, ພ້ອມກັບຄົນອື່ນໆຈາກຄົນອິດສະຣາເອນ, ທີ່ເປັນຜູ້ນຳຂອງຊຸມຊົນຈຳນວນສອງຮ້ອຍຫ້າສິບຄົນທີ່ເປັນຄົນມີຊື່ສຽງໃນຊຸມຊົນ. \v 3 ພວກເຂົາມາຊຸມນຸມກັນເພື່ອທີ່ຈະພົບໂມເຊແລະອາໂຣນ. ພວກເຂົາກ່າວກັບທ່ານທັງສອງວ່າ, " ທ່ານເຮັດເກີນໄປແລ້ວ! ຊຸມຊົນທັງຫມົດນີ້ໄດ້ຖືກແຍກໄວ້, ພວກເຮົາທຸກຄົນ, ແລະພຣະຢາເວກໍສະຖິດຢູ່ທ່າມກາງພວກເຮົາ. ເປັນຫຍັງທ່ານຈຶ່ງຍົກຕົວເອງຂຶ້ນເຫນືອຄົນທີ່ເຫລືອຂອງຊຸມຊົນຂອງພຣະຢາເວ?"