lo_num_text_ulb_l3/11/18.txt

1 line
1.6 KiB
Plaintext

\v 18 ຈົ່ງບອກປະຊາຊົນວ່າ,' ຈົ່ງຊຳລະຕົວໃຫ້ບໍຣິສຸດ, ສຳລັບມື້ອື່ນແລະພວກເຈົ້າຈະໄດ້ກິນຊີ້ນແທ້ໆ, ເພາະພວກເຈົ້າໄດ້ຮ້ອງໃຫ້ຄຳ່ຄວນ ແລະພຣະຢາເວຊົງໄດ້ຍິນທີ່ພວກເຈົ້າເວົ້າວ່າ," ໃຜຈະໃຫ້ຊີ້ນເຮົາກິນ? ເຮົາຢູ່ໃນເອຢິບກໍດີຢູ່ແລ້ວ." ເພາະສະນັ້ນພຣະຢາເວຈະຊົງປະທານຊີ້ນໃຫ້ແກ່ພວກເຈົ້າ, ແລະພວກເຈົ້າຈະໄດ້ກິນຊີ້ນ. \v 19 ພວກເຈົ້າຈະບໍ່ໄດ້ກິນຊິ້ນແຕ່ພຽງມື້ດຽວ, ສອງມື້, ຫ້າມື້, ສິບມື້, ຫລືຊາວມື້, \v 20 ແຕ່ພວກເຈົ້າຈະກິນຊີ້ນຕະຫລອດທັງເດືອນ ຈົນຊີ້ນອອກມາທາງຮູດັງຂອງເຈົ້າ. ຈົນຊີ້ນເຮັດໃຫ້ພວກເຈົ້າເບື່ອຫນ່າຍມັນ ເພາະພວກເຈົ້າປະຕິເສດພຣະຢາເວ, ຜູ້ຊົງຢູ່ທ່າມກາງພວກເຈົ້າ. ເຈົ້າໄດ້ຮ້ອງໃຫ້ຄຳ່ຄວນຕໍ່ຫນ້າພຣະອົງ. ເຈົ້າບອກວ່າ," ເປັນຫຍັງເຮົາຈຶ່ງອອກມາຈາກເອຢິບ?"'"