lo_num_text_ulb_l3/11/16.txt

1 line
1.1 KiB
Plaintext

\v 16 ພຣະຢາເວໄດ້ກ່າວກັບໂມເຊວ່າ." ຈົ່ງພາພວກຜູ້ໃຫຍ່ຂອງ ອິດສະຣາເອນ ເຈັດສິບຄົນມາຫາເຮົາ. ຂໍໃຫ້ແນ່ໃຈວ່າພວກເຂົາເປັນພວກຜູ້ໃຫຍ່ແລະເປັນພວກເຈົ້າຫນ້າທີ່ຂອງປະຊາຊົນ. ຈົ່ງພາພວກເຂົາມາທີ່ຫໍເຕັນປະຊຸມແລະຢືນຢູ່ກັບເຈົ້າທີ່ນັ້ນ. \v 17 ເຮົາຈະລົງມາແລະສົນທະນາກັບເຈົ້າທີ່ນັ້ນ. ເຮົາຈະເອົາພຣະວິນຍານທີ່ຢູ່ເທິງເຈົ້າບາງສ່ວນມາ ແລະໃສ່ລົງໄປເທິງພວກເຂົາ. ພວກເຂົາຈະແບກພາລະປະຊາຊົນຮ່ວມກັບເຈົ້າ. ເຈົ້າບໍ່ຕ້ອງແບກພາລະພຽງຄົນດຽວ.