lo_num_text_ulb_l3/11/11.txt

1 line
1.2 KiB
Plaintext

\v 11 ໂມເຊຈຶ່ງໄດ້ກ່າວຕໍ່ພຣະຢາເວວ່າ," ເປັນຫຍັງພຣະອົງຈຶ່ງເຮັດໃຫ້ຜູ້ຮັບໃຊ້ຂອງພຣະອົງລຳບາກເຊັ່ນນີ້? ເປັນຫຍັງພະອົງຈຶ່ງບໍ່ຊົງພໍພະໄທຂ້ານ້ອຍ? ພຣະອົງຊົງເຮັດໃຫ້ຂ້ານ້ອຍແບກພາລະຫນັກຈົນເກີນກຳລັງກັບຄົນທັງຫມົດນີ້. \v 12 ຂ້ານອ້ຍຕັ້ງທ້ອງຄົນເຫລົ່ານີ້ມາບໍ? ຂ້ານ້ອຍເກີດພວກເຂົາມາ ເພື່ອທີ່ພຣະອົງຈະກ່າວກັບຂ້ານ້ອຍວ່າ, ' ຈົ່ງອຸ້ມເຂົາໄວ້ແນບເອິກຂອງເຈົ້າ ເຫມືອນກັບພໍ່ອຸ້ມລູກນ້ອຍບໍ? ຂ້ານ້ອຍຄວນຈະອຸ້ມພວກເຂົາໄປຍັງແຜ່ນດິນ ທີ່ພຣະອົງຊົງສາບານກັບບັນດາ ບັນພະບູລຸດຂອງພວກເຂົາບໍ?