lo_num_text_ulb_l3/11/01.txt

1 line
1.0 KiB
Plaintext

\c 11 \v 1 ຕອນນີ້ປະຊາຊົນໄດ້ຈົ່ມກ່ຽວກັບຄວາມຍາກລຳບາກຂອງພວກເຂົາຂະນະທີ່ພຣະຢາເວຊົງຟັງຢູ່. ພຣະຢາເວຊົງໄດ້ຍິນຄົນເຫລົ່ານັ້ນແລ້ວກໍໂມໂຫ. ໄຟຈາກພຣະຢາເວ ໄດ້ເຜົາໄຫມ້ຢູ່ທ່າມກາງພວກເຂົາ ແລະ ເຜົາຄ້າຍພັກທີ່ຢູ່ຂ້າງນອກໄປບາງສ່ວນ. \v 2 ແລ້ວປະຊາຊົນກໍຮ້ອງຂໍຕໍ່ໂມເຊ, ດັ່ງນັ້ນໂມເຊຈຶ່ງໄດ້ອະທິຖານຕໍ່ພຣະຢາເວ, ແລະ ໄຟນັ້ນກໍມອດ. \v 3 ພວກເຂົາຈຶ່ງເອີ້ນສະຖານທີ່ນັ້ນວ່າຕາເບຣາ, ເພາະໄຟຂອງພຣະຢາເວໄດ້ເຜົາໄຫມ້ຢູ່ທ່າມກາງພວກເຂົາ.