lo_num_text_ulb_l3/08/20.txt

1 line
1.0 KiB
Plaintext

\v 20 ໂມເຊ, ອາໂຣນ, ແລະຊຸມຊົນຂອງຄົນອິດສະຣາເອນທັງຫມົດກໍໄດ້ເຮັດດັ່ງນີ້ກັບຄົນເລວີ. ພວກເຂົາໄດ້ເຮັດທຸກຢ່າງທີ່ພຣະຢາເວໄດ້ຊົງສັ່ງ ໂມເຊ ກ່ຽວກັບຄົນເລວີ. ຄົນອິດສະຣາເອນ ກໍໄດ້ເຮັດດັ່ງນີ້ກັບພວກເຂົາ. \v 21 ຄົນເລວີກໍຊຳລະຕົນເອງໃຫ້ບໍລິສຸດ ແລະພວກເຂົາຊັກເສື້ອຜ້າຂອງຕົນ, ແລະອາໂຣນໄດ້ຖວາຍພວກເຂົາເປັນເຄື່ອງບູຊາຍົກຍໍຖວາຍແດ່ພຣະຢາເວ ແລະເພິ່ນກໍເຮັດການລົບລ້າງບາບໃຫ້ກັບພວກເຂົາເພື່ອຊຳລະພວກເຂົາໃຫ້ບໍລິສຸດ.