lo_num_text_ulb_l3/08/18.txt

1 line
1.0 KiB
Plaintext

\v 18 ເຮົາໄດ້ຮັບເອົາຄົນເລວີຈາກທ່າມກາງຄົນອິດສະຣາເອນມາແທນທີ່ລູກກົກທັງຫມົດ. \v 19 ເຮົາໄດ້ມອບພວກຄົນເລວີເປັນຂອງປະທານໃຫ້ກັບອາໂຣນແລະບັນດາລູກຂອງເຂົາ. ເຮົາໄດ້ຮັບເອົາພວກເຂົາຈາກທ່າມກາງຄົນອິດສະຣາເອນ ເພື່ອຈະເຮັດຫນ້າທີ່ຂອງຄົນອິດສະຣາເອນໃນຫໍເຕັນປະຊຸມ. ເຮົາໄດ້ມອບພວກເຂົາເພື່ອລົບລ້າງບາບໃຫ້ກັບຄົນອິດສະຣາເອນ ເພື່ອທີ່ຈະບໍ່ມີໄພພິບັດໃດໆ ຈະທຳຮ້າຍຄົນເຫລົ່ານັ້ນເມື່ອພວກເຂົາມາຢູ່ໃກ້ສະຖານທີ່ສັກສິດ"