lo_num_text_ulb_l3/08/16.txt

1 line
1.0 KiB
Plaintext

\v 16 ຈົ່ງເຮັດແບບນີ້, ເພາະພວກເຂົາເປັນຂອງເຮົາຢ່າງແທ້ຈິງ ຈາກທ່າມກາງຄົນອິດສະຣາເອນ. ພວກເຂົາຈະມາແທນທີ່ເດັກຊາຍແຕ່ລະຄົນທີ່ເກີດຈາກທ້ອງເປັນຄົນທຳອິດ, ຄືລູກກົກຂອງເຊື້ອສາຍທັງຫມົດຂອງອິດສະຣາເອນ. ເຮົາໄດ້ຮັບເອົາຄົນເລວີໄວ້ສຳລັບເຮົາເອງ. \v 17 ລູກກົກທັງຫມົດທ່າມກາງຄົນອິດສະຣາເອນເປັນຂອງເຮົາ, ທັງຄົນແລະສັດ. ໃນວັນທີ່ເຮົາເອົາຊີວິດລູກຊາຍກົກທັງຫມົດໃນແຜ່ນດິນເອຢິບ, ເຮົາໄດ້ແຍກພວກເຂົາໄວ້ສຳລັບເຮົາເອງ.