lo_num_text_ulb_l3/07/84.txt

1 line
1.1 KiB
Plaintext

\v 84 ບັນດາຜູ້ນຳຂອງອິດສະຣາເອນ ໄດ້ແຍກສິ່ງທັງຫມົດເຫລົ່ານີ້ໄວ້ ໃນວັນທີ່ໂມເຊ ເຈີມແທ່ນບູຊານັ້ນ. ພວກເຂົາແຍກຈານເງິນສິບສອງໃບ, ຊາມເງິນສິບສອງໃບ, ແລະຈານທອງຄຳສິບສອງໃບ. \v 85 ຈານເງິນແຕ່ລະໃບຫນັກ 130 ເຊເຂແລະຊາມເງິນແຕ່ລະໃບຫນັກ ເຈັດສິບເຊກຽນ, ພາຊະນະເງິນທັງຫມົດມີນຳ້ຫນັກ 2,400 ເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດສະການ. \v 86 ຈານທອງຄຳແຕ່ລະໃບ, ທີ່ເຕັມດ້ວຍເຄື່ອງຫອມ, ຫນັກ ສິບເຊເຂ, ຕາມອັດຕາຊັ່ງຂອງສຳນັກນະມັດສະການ.ຈານທອງຄຳທັງຫມົດຫນັກ 120 ເຊເຂ.