lo_num_text_ulb_l3/07/12.txt

1 line
916 B
Plaintext

\v 12 ມື້ທຳອິດ, ນາໂຊນລູກຊາຍຂອງອາມີນາດາບ, ແຫ່ງເຜົ່າຢູ່ດາ, ໄດ້ຖວາຍເຄື່ອງບູຊາຂອງເຂົາ. \v 13 ເຄື່ອງບູຊາຂອງເຂົາຄື ຈານເງິນຫນຶ່ງໃບຫນັກ 130 ເຊເຂ ແລະຊາມເງິນຫນຶ່ງໃບຫນັກ 70ເຊເຂ ຕາມອັດຕາຊັ່ງສຳນັກນະມັດສະການ. ພາຊະນະທັງສອງໃບນີ້ເຕັມດ້ວຍແປ້ງຢ່າງດີປົນກັບນຳ້ມັນເພື່ອເປັນການຖວາຍພືດຜົນບູຊາ. \v 14 ເຂົາໄດ້ຖວາຍຈານຄຳຫນຶ່ງໃບທີ່ຫນັກ 10 ເຊເຂ ແລະເຕັມດ້ວຍເຄື່ອງຫອມ.