lo_num_text_ulb_l3/07/01.txt

1 line
1.9 KiB
Plaintext

\c 7 \v 1 ໃນວັນທີ່ໂມເງໄດ້ຕັ້ງຫໍເຕັນສັກສິດສຳເລັດນັ້ນ, ເພິ່ນໄດ້ເຈີມຫໍເຕັນສັກສິດແລະແຍກຫໍເຕັນນັ້ນແດ່ພຣະຢາເວ, ພ້ອມກັບເຄື່ອງໃຊ້ທຸກຢ່າງຂອງຫໍເຕັນນັ້ນ.ເພິ່ນໄດ້ເຮັດການເຈີມແທ່ນບູຊາແລະຂອງໃຊ້ທຸກຢ່າງຂອງແທ່ນບູຊານັ້ນເຊັ່ນດຽວກັນ. ເພິ່ນເຈີມສິ່ງເຫລົ່ານັ້ນແລະແຍກໄວ້ແດ່ພຣະຢາເວ. \v 2 ໃນວັນນັ້ນ, ບັນດາຜູ້ນຳຂອງອິດສະຣາເອນ, ພວກຫົວຫນ້າຄອບຄົວຂອງບັນພະບູລຸດຂອງພວກເຂົາ, ໄດ້ຖວາຍເຄື່ອງບູຊາ ຄົນເຫລົ່ານີ້ເປັນຜູ້ນຳເຜົ່າຕ່າງໆ. ພວກເຂົາໄດ້ໄດ້ຮັບຜິດຊອບໃນການນັບຈຳນວນຄົນໃນການເຮັດສຳມະໂນຄົວ. \v 3 ພວກເຂົານຳເຄື່ອງຖວາຍບູຊາຂອງພວກເຂົາມາຕໍ່ຫນ້າພຣະຢາເວ. ພວກເຂົານຳກວຽນຫົກລຳແລະງົວສິບສອງໂຕມາ. ພວກເຂົານຳກວຽນມາຫນຶ່ງລຳຕໍ່ຜູ້ນຳສອງຄົນ, ແລະຜູ້ນຳແຕ່ລະຄົນໄດ້ນຳງົວມາຜູ້ລະຫນຶ່ງໂຕ. ພວກເຂົາໄດ້ຖວາຍສິ່ງເຫລົ່ານີ້ຕໍ່ຫນ້າຫໍເຕັນສັກສິດ.