lo_num_text_ulb_l3/05/20.txt

1 line
1.6 KiB
Plaintext

\v 20 ແຕ່ຖ້າເຈົ້າ, ເປັນຍິງທີ່ຢູ່ພາຍໃຕ້ຜົວໄດ້ຫລົງຜິດໄປ, ຖ້າເຈົ້າເປັນມົນທິນ, ແລະຖ້າມີຊາຍອື່ນໄດ້ຫລັບນອນກັບເຈົ້າ, \v 21 ຈາກນັ້ນ, (ປະໂຣຫິດຕ້ອງເຮັດໃຫ້ນາງໃຫ້ຄຳສາບານ ເພື່ອທີ່ຈະນຳຄຳສາບແຊ່ງລົງມາເທິງນາງ, ແລະຈາກນັ້ນເຂົາຕ້ອງເວົ້າກັບຍິງຄົນນີ້ຕໍ່ໄປວ່າ) 'ພຣະຢາເວຈະຊົງເຮັດໃຫ້ເຈົ້າຕົກຢູ່ໃນຄຳສາບແຊ່ງເພື່ອໃຫ້ຊຸມຊົນຂອງເຈົ້າເຫັນວ່າເປັນເຊັ່ນນັ້ນ. ສິ່ງນີ້ຈະເກີດຂຶ້ນ ຖ້າພຣະຢາເວຊົງເຮັດໃຫ້ກົກຂາຂອງເຈົ້າລີບໄປແລະເຮັດໃຫ້ທ້ອງຂອງເຈົ້າໄຄ່. \v 22 ນຳ້ທີ່ນຳຄຳສາບແຊ່ງມາກໍຈະເຂົ້າໄປໃນກະເພາະຂອງເຈົ້າ ແລະເຮັດໃຫ້ທ້ອງຂອງເຈົ້າໄຄ່ ແລະເຮັດໃຫ້ກົກຂາຂອງເຈົ້າລີບໄປ.' ຍິງຄົນນັ້ນຕ້ອງຕອບວ່າ, 'ແມ່ນ,ຂໍໃຫ້ສິ່ງນັ້ນເກີດຂຶ້ນຖ້າຂ້ານ້ອຍຜິດ.'