lo_num_text_ulb_l3/05/18.txt

1 line
1.1 KiB
Plaintext

\v 18 ປະໂຣຫິດຈະໃຫ້ຍິງນັ້ນຢືນຢູ່ຕໍ່ຫນ້າພຣະຢາເວ ແລະ ເຂົາຈະແກ້ມັດຜົມເທິງຫົວຂອງນາງ. ເຂົາຈະວາງພືດຜົນບູຊາແຫ່ງການລະນຶກໄວ້ໃນມືຂອງນາງ, ທີ່ເປັນພືດຜົນບູຊາແຫ່ງຄວາມສົງໃສ. ປະໂຣຫິດຈະຖືນຳ້ຂົມທີ່ນຳຄຳສາບແຊ່ງມາໄວ້ໃນມືຂອງເຂົາ. \v 19 ປະໂຣຫິດຈະໃຫ້ຍິງນັ້ນຢູ່ພາຍໃຕ້ຄຳສາບານ ແລະບອກກັບນາງວ່າ, 'ຖ້າບໍ່ມີຊາຍອື່ນມີເພດສຳພັນກັບເຈົ້າ, ແລະເຈົ້າບໍ່ໄດ້ຫລົງຜິດແລະເຮັດໃຫ້ເປັນມົນທິນ, ແລ້ວເຈົ້າຈະພົ້ນຈາກນຳ້ຂົມທີ່ນຳຄຳສາບແຊ່ງມານີ້.