lo_num_text_ulb_l3/05/01.txt

1 line
1.2 KiB
Plaintext

\c 5 \v 1 ພຣະຢາເວບອກໂມເຊ. ພຣະອົງບອກວ່າ, \v 2 "ຈົ່ງສັ່ງຄົນອິດສະຣາເອນໃຫ້ແຍກທຸກຄົນທີ່ຕິດເຊື້ອໂລກຜີວຫນັງ, ແລະທຸກຄົນທີ່ມີສິ່ງໄຫລອອກມາ, ແລະຄົນໃດກໍຕາມທີ່ເປັນມົນທິນຈາກການແຕະຕ້ອງຊາກສົບອອກໄປຈາກຄ້າຍພັກ. \v 3 ບໍ່ວ່າຊາຍຫລືຍິງ, ເຈົ້າຕ້ອງແຍກພວກເຂົາອອກຈາກຄ້າຍພັກ. ພວກເຂົາຕ້ອງບໍ່ເຮັດໃຫ້ຄ້າຍພັກມີມົນທິນ, ເພາະເຮົາສະຖິດຢູ່ໃນຄ້າຍພັກນີ້." \v 4 ຄົນອິດສະຣາເອນເຮັດຕາມນັ້ນ. ພວກເຂົາແຍກຄົນເຫລົ່ານັ້ນໄປຈາກຄ້າຍພັກ, ຕາມທີ່ພຣະຢາເວໄດ້ຊົງສັ່ງໂມເຊ. ຄົນອິດສະຣາເອນກໍເຊື່ອຟັງພຣະຢາເວ.