lo_luk_text_ulb_l3/10/25.txt

1 line
1.4 KiB
Plaintext

\v 25 ເບິ່ງແມ, ອາຈານສອນພຣະບັນຍັດຂອງພວກຄົນຢີວຄົນໜຶ່ງຢືນຂຶ້ນ ທົດລອງພຣະ­ອົງທູນຖາມວ່າ, “ທ່ານອາ­ຈານເອີຍ, ຂ້າ­ນ້ອຍຈະຕ້ອງເຮັດແນວ­ໃດຈິ່ງຈະໄດ້ຊີ­ວິດອັນຕະ­ຫລອດໄປເປັນ­ນິດ?”. \v 26 ພຣະ­ອົງຊົງຕອບວ່າ, “ພຣະ­ບັນ­ຍັດຂຽນໄວ້ວ່າຢ່າງ­ໃດ? ທ່ານໄດ້ອ່ານແລ້ວເຂົ້າ­ໃຈຢ່າງ­ໃດ?”. \v 27 ເພິ່ນທູນຕອບວ່າ, “ທ່ານຈົ່ງຮັກອົງພຣະ­ຜູ້­ເປັນເຈົ້າ ຜູ້ເປັນພຣະ­ເຈົ້າຂອງເຈົ້າ ດ້ວຍສຸດໃຈ, ດ້ວຍສຸດຈິດ, ດ້ວຍສຸດກຳ­ລັງ, ແລະດ້ວຍສຸດຄວາມຄິດຂອງເຈົ້າ’ ແລະຈົ່ງຮັກເພື່ອນບ້ານເໝືອນຮັກຕົນເອງ’.” \v 28 ພຣະ­ອົງຊົງຕອບເພິ່ນວ່າ, “ທ່ານຕອບຖືກແລ້ວ. ຈົ່ງເຮັດຢ່າງນັ້ນ ­ແລ້ວທ່ານຈະໄດ້ຊີ­ວິດ.”