1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 17 ຝ່າຍພວກເຈັດສິບຄົນ ໄດ້ກັບຄືນມາດ້ວຍຄວາມຊື່ນຊົມຍິນດີ ທູນວ່າ, “ນາຍເອີຍ, ເຖິງແມ່ນຜີຮ້າຍກໍຍອມຟັງຄວາມຂອງພວກຂ້ານ້ອຍໃນນາມຊື່ຂອງພຣະອົງ.” \v 18 ພຣະເຢຊູຊົງກ່າວກັບເຂົາວ່າ, “ເຮົາໄດ້ເຫັນຊາຕານຕົກຈາກຟ້າເໝືອນດັ່ງຟ້າແມບ. \v 19 ເບິ່ງແມ! ເຮົາໄດ້ໃຫ້ພວກທ່ານມີອຳນາດຢຽບງູແລະແມງງອດ, ແລະໃຫ້ມີອຳນາດເໜືອສັດຕູ ແລະບໍ່ມີສິ່ງໃດເຮັດອັນຕະລາຍແກ່ພວກທ່ານໄດ້ເລີຍ. \v 20 ແຕ່ວ່າທ່ານທັງຫລາຍຢ່າໄດ້ຍິນດີເພາະຜີທັງຫລາຍຍອມຟັງຄວາມຂອງທ່ານ ແຕ່ຈົ່ງຊົມຊື່ນຍິນດີເພາະຊື່ຂອງພວກທ່ານໄດ້ຈົດໄວ້ໃນສະຫວັນແລ້ວ.” |