1 line
1.3 KiB
Plaintext
1 line
1.3 KiB
Plaintext
\v 24 ຫລັງຈາກພວກຮັບໃຊ້ຂອງໂຢຮັນໄປແລ້ວ ພຣະເຢຊູເຈົ້າກໍຊົງຕັ້ງຕົ້ນກ່າວກັບປະຊາຊົນເຖິງເລື່ອງໂຢຮັນວ່າ, “ທ່ານທັງຫລາຍໄດ້ອອກໄປໃນຖິ່ນແຫ້ງແລ້ງກັນດານເພື່ອເບິ່ງຫຍັງ? ເພື່ອເບິ່ງຕົ້ນອໍ້ໄຫວໄປມາດ້ວຍລົມພັດຫລື? \v 25 ແຕ່ທ່ານທັງຫລາຍອອກໄປເບິ່ງຫຍັງ? ໄປເບິ່ງຄົນນຸ່ງຫົ່ມເຄື່ອງລະອຽດອ່ອນນວນຫລື? ເບິ່ງແມ, ຄົນທີ່ນຸ່ງຫົ່ມເຄື່ອງອັນງົດງາມ ແລະຢູ່ກິນດ້ວຍຂອງປະນີດຍ່ອມຢູ່ໃນລາຊະວັງ. \v 26 ແຕ່ພວກທ່ານອອກໄປເບິ່ງຫຍັງ? ເບິ່ງຜູ້ປະກາດພຣະທຳຫລື? ແມ່ນແລ້ວ ເຮົາບອກພວກທ່ານວ່າ ເປັນຍິ່ງກວ່າຜູ້ປະກາດພຣະທຳອີກ. |