lo_luk_text_ulb_l3/03/05.txt

1 line
494 B
Plaintext

\v 5 ຮ່ອມທຸກຮ່ອມຈະໄດ້ຖົມໃຫ້ເຕັມ, ພູເຂົາແລະໂນນພູທຸກຫນ່ວຍຈະເຮັດໃຫ້ຕ່ຳລົງສະເຫມີກັນ, ທາງຄົດຈະເຮັດໃຫ້ຊື່ແລະທາງມີຕໍກໍຈະເຮັດໃຫ້ກ້ຽງ. \v 6 ມະນຸດທັງປວງຈະໄດ້ເຫັນການຊົງຊ່ວຍຂອງພຣະ­ເຈົ້າ’.”