|
\v 24 ຫລັງຈາກວັນນັ້ນເອລີຊາເບັດພັນລະຍາຂອງເພິ່ນກໍມີທ້ອງ ແລ້ວຈິ່ງໄປລີ້ຕົວຢູ່ເປັນເວລາຫ້າເດືອນ. ນາງເວົ້າວ່າ, \v 25 “ນີ້ເປັນສິ່ງທີ່ພຣະເຈົ້າໄດ້ຊົງເຮັດແກ່ຂ້ານ້ອຍ ເມື່ອຊົງເບິ່ງຂ້ານ້ອຍດ້ວຍຄວາມຊື່ນຊົມ ເພື່ອຊົງຍົກຄວາມອັບອາຍຂອງຂ້ານ້ອຍ ຕໍ່ຫນ້າຄົນທັງຫລາຍອອກໄປເສັຍ.” |