lo_luk_text_ulb_l3/01/72.txt

1 line
1.0 KiB
Plaintext

\v 72 ພຣະອົງຈະເຮັດສິ່ງນີ້ ເພື່ອສະແດງພຣະກະລຸນາ ແກ່ບັນພະບຸລຸດຂອງພວກເຮົາທັງຫລາຍ ແລະເພື່ອລະນຶກເຖິງພຣະສັນຍາອັນບໍລິສຸດຂອງພຣະອົງ. \v 73 ເຊິ່ງເປັນສາບານທີ່ຊົງກ່າວໄວ້ແກ່ອັບຣາຮາມບິດຂອງພວກເຮົາ. \v 74 ພຣະອົງຊົງສັນຍາພວກເຮົາວ່າ ພວກເຮົາຈະໄດ້ຮັບການປົດປ່ອຍຈາກມືຂອງສັດຕູ ແລະ ພວກເຮົາຈະໄດ້ບົວລະບັດພຣະອົງໂດຍປາສະຈາກຄວາມຢ້ານ, \v 75 ດ້ວຍຄວາມບໍລິສຸດແລະຄວາມຊອບທຳຕໍ່ພຣະພັກພຣະອົງຕະຫລອດຊີວິດຂອງພວກເຮົາ.